ເປັນເລືອງທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍໄດ້ຍິນມາ

ເລື່ອງໃຫຍ່ທີ່ຈະອະທີບາຍເລື່ອງອື່ນໆ


ການສັງເກດ ແລະ ການພິຈາລະນາ

ໃຈຈິງແລ້ວ, ພວກເຮົາແມ່ນນັກເລົ່າເລື່ືອງ. ພວກເຮົາສ່ວນໃຫ່ຍແລ້ວໄດ້ຢູ່ໃນສະຖານະການທີ່ເລື່ອງໄດ້ຖືກເລົ່າ, ແລະ້ວ ແລ້ວ ບາງຄົນໄດ້ໂຕ້ຕອບໂດຍການບອກເລື່ອງລາວທີ່ຕິດພັນກັນຂອງພວກເຂົາເອງ, ເຊິ່ງກະຕຸ້ນການຕອບໂຕ້ຄ້າຍໆກັນຈາກຄົນອື່ນ. ແລະ ມັນກໍ່ເປັນໄປແບບນັ້ນ. ພວກເຮົາລ້ວນແຕ່ມີຄວາມຫຼົງໄຫຼໃນອຳນາດຂອງເລື່ອງທີ່ຍິ່ງໃຫ່ຍ, ແລະ ຫຼາຍໄປກວ່ານັ້ນ, ພວກເຮົາປາຖະໜາທີ່ຈະກຳນົດດ້ວຍ ແລະ ເຂົ້າເຖິງໃນເລື່ອງລາວທີ່ຍິ່ງໃຫ່ຍກວ່າຕົນເອງ.

ໃນຄວາມຈິງແລ້ວ, ນັກສັງຄົມສາດຈຳນວນ ໜຶ່ງ ເວົ້າວ່າການຄົ້ນຫາຂອງມະນຸດຊາດສາມາດເຂົ້າໃຈໄດ້ວ່າເປັນການຄົ້ນຫາແບບ “metanarrative” or “ຕ້ອງມີໂຄງຮ່າງ.”1 ໃນເທີມນີ້ມັນສົ່ງຕໍ່ໄປເຖິງເລື່ອງທີ່ຍິ່ງໃຫ່ຍ ຫຼື ໃນທາງການຄິດເຊິ່ງໃຫ້ເລື່ອງລາວຫຼາຍໆເລື່ອງອື່ນໆມີຄວາມໝາຍໃນຕົວມັນ. ໂດຍບໍ່ອີງໃສ່ວັດທະນະທຳ ຫຼື ລຳດັບ ຫຼື ສະຖານີ ຫຼື ອາຊີບ, ທຳມະຊາດຂອງມະນຸດຂ້ອນຂ້າງຊອກຫາບາງເລື່ອງລາວ ເຊິ່ງໃນຄົນອື່ນໆທັງໝົດກໍ່ຊອກຫາຄວາມໝາຍໃນເລື່ອງລາວນັ້ນຂອງພວກເຂົາເລື່ອງລາວເຊິ່ງພວກເຮົາກໍ່ຊອກຫາຄວາມໝາຍຂອງພວກເຮົາໃນເລື່ອງລາວນັ້ນ.

ຜ່ານວັນເວລາ, ຜູ້ຄົນນຳເອົາຄວາມໝາຍ ແລະ ຈຸດປະສົງຈາກເລື່ອງລາວສົ່ງຕໍ່ພວກເຂົາໂດຍຜ່ານວັດທະນະທຳ ແລະ ສາດສະໜາ. ແຕ່ໃນຕອນທ້າຍຂອງສະຕະວັດທີ່ 19 ໃນມູມມອງຂອງທົ່ວໂລກເອີ້ນວ່າ ກຸ່ມຄວາມຄິດທັນສະ   ໄໝໃໝ່2 ການເຊື່ອມສານ, ອ້າງວ່າລັກສະນະຮີດຄອງແບບການຄົ້ນຫາວິທະຍາສາດແມ່ນບໍ່ໄດ້ມີຜົນຫຍັງຕໍ່ ກຸ່ມໂລກສະໄໝໃໝ່. ກຸ່ມສະໄໝໃໝ່ແມ່ນສ້າງເພື່ອປ່ຽນແທນເລື່ອງລາວແບບເກົ່າແລະ ຄຸນຄ່າສາດສະໜາກັບການໂຕ້ຖຽງກັນຫາເຫດແລະຜົນ ແລະ ຊອກຫາທາງວິທະຍາສາດ. ສິ່ງເຫຼົ່ານີ້, ກຸ່ມສະໄໝໃໝ່ເວົ້າວ່າ, ມັນອາດກຳນົດຄວາມໝາຍ ແລະ ຈຸດປະສົງຂອງຊີວິດພວກເຮົາ, ເພື່ອເປັນການສ້າງແບບຄົ້ນຫາເຊີງວິທະຍາສາດແບບໃໝ່.

ກຸ່ມຄວາມຄິດສະໄໝໃໝ່,ແນວໃດກໍ່ຕາມ, ໄດ້ລົ້ມແຫຼວເລື່ອງການສົ່ງຕໍ່ເລື່ອງ]kລາວທີ່ຍິ່ງໃຫ່ຍຈາກທາງວິທະຍາສາດ ຫຼື ຫຼັກການເຫດຜົນ, ແລະພວກເຮົາດຳລົງຢູ່ໃນໂລກທີ່ເອີ້ນວ່າ ໂພດ-ແບບສະໄໝໃໝ່,”3 ເຊິ່ງເປັນໂລກທີ່ປະຕິເສດເລື່ອງລາວທີ່ຍິ່ງໃຫ່ຍທີ່ມີຈິງແທ້ທຸກເລື່ອງ!

ແຕ່ຍັງບໍ່ພຽງເທົ່ານັ້ນ, ເຖິງວ່າໃນໂລກໂພດແບບສະໄໝໃໝ່ນີ້, ຜູ້ກໍ່ຍັງຖືກດຶງດູດຫາເລື່ອງລາວທີ່ໃຫ້ຄວາມໝາຍໃນຊີວິດ, ໄດ້ນຳມາເປັນໂພດແບບສະໄໝໃໝ່ທີ່ບໍ່ເປັນຄວາມຈິງເຊິ່ງມັນບໍ່ມີເລື່ອງລາວທີ່ຍິ່ງໃຫ່ຍຢູ່ເລີຍ, ຫຼາຍຄົນໄດ້ຢູ່ກັບມັນ, ແທນທີ່ມັນ ສຳລັບເລື່ອງລາວທີ່ນ້ອຍກວ່າ. ເລື່ອງລາວນ້ອຍໆພວກນີ້, ເລື່ອງລາວສະເພາະສ່ວນບຸກຄົນທີ່ອາດໃສ່ຊື່ວ່າ: ໂລກທີ່ເປັນໄປຕາມຂ້ອຍ,” ຫຼືສິ່ງທີ່ຂ້ອຍຕ້ອງການມີຄວາມສຸກຕະຫຼອດໄປເປັນນິດ.ພວກເຂົາສຸມໃສ່ແຕ່ລະຄອບຄົວ ຫຼື ອາຊີບຂອງແຕ່ລະບຸກຄົນ ແລະ ວິທີການໃຊ້ຊີວິດຂອງເຂົາ. ໃນໂລກຂອງເຮົານີ້ ມັນອາດມີເລື່ອງລາວເລັກໆນ້ອຍຫຼາຍແບບຄືກັນກັບບຸກຄົນຫຼາຍເພດ. ການຂະຫຍາຍຕົວອອກໄປທີ່ບໍ່ຈົບສີ້ນນີ້ເຮົາເອີ້ນວ່າ:ຄວາມສຳພັນ,”4 ຄວາມຄິດກໍ່ຄືຄວາມຈິງເປັນອັນໃດກໍ່ຕາມທີ່ເປັນຈິງສຳລັບເຈົ້າ.

ຫຼາຍຄົນເບິ່ງພະຄຳພີແມ່ນມີ 66 ພະຄຳທີ່ແຍກຈາກກັນທີ່ໃຫ້ສະຕິປັນຍາໃນການຂຽນແລະ ເລື່ອງທີ່ດີ(ເຊື່ອມຕໍ່ຊ່ອງຫວ້າງໃຫ້ດີທີ່ສຸດ), ເຊິ່ງມັນອາດຈະສະແດງໃຫ້ເຫັນຫຼືບໍ່ສະແດງໃຫ້ເຫັນບາງຢ່າງກ່ຽວກັບພຣະເຈົ້າ ແລະ ການມີສ່ວນຮ່ວມກັບມະນຸດ. ແຕ່ພຣະຄຳບອກເຮົາຫຼາຍກວ່ານັ້ນ. ມັນແມ່ນຄວາມຈິງທີ່ເລື່ືອງລາວອັນຍິ່ງໃຫ່ຍນີ້ເປັນເລື່ອງລາວທີ່ໄດ້ຖືກກຳນົດໄວ້ແລ້ວຈາກຫຼາຍເລື່ອງ. ມັນບໍ່ແມ່ນແຕ່ເປັນເລື່ອງລາວທີ່ມະນຸດຊອກຫາຄວາມ ໝາຍ ແລະ ຈຸດປະສົງໃນຕົວມັນເທົ່ານັ້ນ; ແຕ່ມັນແມ່ນເລື່ອງລາວທີ່ເຈົ້າ ແລະ ຂ້ອຍສາມາດຂອງຫາຄວາມໝາຍ ແລະ ຈຸດປະສົງຂອງພວກເຮົາຫຼາຍກວ່າ.

ການຕ້ັງຄຳຖາມ ແລະ ຂໍ້ສະທ້ອນ

ໃຫ້ຄິດເຖິງເລື່ອງລາວຂອງເຈົ້າ-ເລື່ອງລາວທີ່ເຈົ້າຈີນຕະນາການດ້ວຍຕົວເຈົ້າເອງ.

  • ແມ່ນໃຫ້ແມ່ນຄາແລັກເຕີຫຼັກ? ເປົ້າໝາຍຂອງເລື່ອງແມ່ນຫຍັງ? ການຄວບຄຸມຫຼາຍເທົ່າໃດທີ່ເຮັດອອກມາໃນເລື່ອງຂອງເຈົ້າ?
  • ບໍ່ແນ່ໃຈວ່າເຮົາໄດ້ລະວັງມັນຫຼືບໍ່, ພວກເຮົາລ້ວນມີເລື່ອງທີ່ພວກເຮົາຢູ່ກັບມັນ.  ມັນແມ່ນເຫດຜົນທີ່ເຮັດໃຫ້ຕື່ນຂຶ້ນມາທຸກມື້ ແລະ ເຮັດສິ່ງທີ່ພວກເຮົາເຮັດ. ບາງທີເຈົ້າອາດຄິດພາບໃນເລື່ອງຍາວທີ່ຫຼີ້ນຜ່ານທັ້ງໝົດໃນຊີວິດຂອງເຈົ້າ. ບາງທີ່ເຈົ້າຕິດພາບອອກແຕ່ເລື່ອງມື້ນີ້.
  • ເລື່ອງລາວຂອງເຈົ້າແມ່ນພາກສ່ວນໜຶ່ງຂອງເລື່ອງລາວທີ່ຍິ່ງໃຫ່ຍບໍ? ຖ້າແມ່ນ, ເຈົ້າຈະພັນລະນາເລື່ອງທີ່ຍິ່ງໃຫ່ຍນັ້ນແນວໃດ?

ຕັດສິນໃຈ ແລະ ປະຕິບັດ

ສົມມຸດວ່າຄົນສອງຄົນໄດ້ໄປເບິ່ງຮູບປັ້ນສິນລະປະສວຍງານຢ່າງນຶ່ງໃນຫໍພິພິດຕະພັນ, ແລະ ພວກເຂົາໄດ້ສຶກສາຮູບປັ້ນນັ້ນຈາກມູມທີ່ແຕກຕ່າງກັນ. ຖ້າພວກເຂົາພັນລະນາຈາກສິ່ງທີ່ພວກເຂົາເຫັນ, ຂໍ້ມູນບັນທຶກຂອງພວກເຂົາຈະແຕກຕ່າງກັນໂດຍທຳມະຊາດ, ເຖິງວ່າພວກເຂົາຈະເບິ່ງຮູບປັ້ນອັນດຽວກັນກໍ່ຕາມ.

ຜ່ານມາສອງສາມມື້ນີ້, ພວກເຮົາໄດ້ເບິ່ງພຣະຄຳພີຈາກມູມທີ່ແຕກຕ່າງກັນ. ພວກເຮົາຈະເຫັນວ່າມັນເປັນປື້ມທີ່ບໍ່ຄືຫົວອື່ນໆໃນມູມມອງຂອງອົງປະກອບ ແລະ ຜົນກະທົບຕໍ່ສາທາລະນະ. ພວກເຮົາໄດ້ເຫັນມັນເປັນປື້ມທີ່ສາມາດເຊື່ອຖືໄດ້ຄືເປັນຈຸດອ້າງອີງໄດ້ໃນຊີວິດເຮົາ. ແລະ ພວກເຮົາກໍ່ພີຈາລະນາເອົາປື້ມພະຄຳພີເປັນເລື່ອງລາວທີ່ຍິ່ງໃຫ່ຍເຊິ່ງເຈົ້າ ແລະ ຂ້ອຍສາມາດຫາຄວາມໝາຍ ແລະ ຈຸດປະສົງຂອງພວກເຮົາໄດ້.

ມັນຍັງມີອີກມູມໜຶ່ງທີ່ໃຊ້ເຂົ້າໃນການເບິ່ງພະຄຳພີ.

ພຣະຄຳພີ 2 ຕີໂມທີ ເວົ້າວ່າ ທັງໝົດໃນພະຄຳພີແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ” (ຕີໂມທຽວ 3:16). ຄຳວ່າດົນບັນດານໃຈ”  ແມ່ນໄດ້ແປມາຈາກພາສາກຣິກ “theopneustos” 5 ໃນໜັງສືທີ່ເກົ່າແກ່ທີ່ສຸດ. ຄຳນີ້ມີຄວາມໝາຍຄືພຣະເຈົ້າ-ຫາຍໃຈ.ອີງໃສ່ຂໍ້ພຣະຄຳພີຂໍ້ນີ້, ພຣະຄຳພີບໍ່ແມ່ນພຽງແຕ່ປື້ມທີ່ເວົ້າກ່ຽວກັບພຣະເຈົ້າ; ແຕ່ແມ່ນທຸກຖ້ອຍຄຳຂອງພຣະເຈົ້າ. ມັນໄດ້ແມ່ນທຸກຄຳເວົ້າຂອງພຣະເຈົ້າທີ່  ເວົ້າອອກມາ….ໃຫ້ເຈົ້າແລະ ຂ້ອຍ.

ອ້າງອີງໃສ່ຄຳຮ້ອງນີ້ ແລະ ທັງໝົດນັ້ນພວກເຮົາໄດ້ພິຈາລະນາກ່ຽວກັບພຣະຄຳພີມາເຖິງປະຈຸບັນນີ້, ຖາມຕົວເອງ, “ຈະເປັນແນວໃດຖ້າພຣະເຈ້ົາຈະປະກົດຕົວ ແລະ ເວົ້າກັບເຈົ້າໃນຄືນນີ້? ເປັນຫຍັງພຣະອົງໃຊ້ເວລາເຮັດແບບນັ້ນ? ເຈົ້າຈະຕອບໂຕ້ແນວໃດ? ແລ້ວຂ້ອຍຈະມີແຮງບັນດານໃຈໃຫ້ເຮັດ ຫຼື ເປັນແນວໃດ?"

ພຣະເຈົ້າກຳລັງເວົ້າກັບເຈົ້າ, ຜ່ານພຣະຄຳພີ. ເຈົ້າຈະຕອບໂຕ້ແນວໃດ?

For Further Study

Footnotes

1Wikipedia®, Metanarrative. (http://en.wikipedia.org/wiki/Metanarrative). Retrieved November 14, 2006.
2Todd Kappelman, The Breakdown of Religious Knowledge. (© Probe Ministries, 1996–2006). (http://www.leaderu.com/orgs/probe/docs/breakdwn.html). Retrieved November 14, 2006. “What constitutes truth? The way we answer that question has greatly changed since the Middle Ages. This essay provides an overview of three areas in philosophical thought, with their impact on Western culture: premodernism (the belief that truth corresponds to reality), modernism (the belief that human reason is the only way to obtain truth), and postmodernism (the belief that there is no such thing as objective truth).”
3Wikipedia®, Postmodernism. (http://en.wikipedia.org/wiki/Postmodernism). Retrieved November 14, 2006.
4Wikipedia®, Relativism. (http://en.wikipedia.org/wiki/Relativism). Retrieved November 14, 2006.
5Strong’s Greek Dictionary, Theopneustos. (http://strongsnumbers.com/greek/2315.htm). Retrieved November 14, 2006.