ພ້ອມທີ່ຈະເຮັດດ້ວຍຄວາມເຕັມໃຈ
ໜ້າທີ່ຂອງມະນຸດ ແລະ ໜ້າທີ່ຂອງພຣະເຈົ້າ
ການແນະນໍາ
ອາດາມໄດ້ມີອິດສະຫຼະໃນການເລືອກ, ອິດສະຫຼະທີ່ເປັນສູນກາງເປົ້າໝາຍຂອງພຣະເຈົ້າ. ສຳລັບມະນຸດ ແມ່ນຖືກສ້າງເພື່ອໃຫ້ຮັກພຣະເຈົ້າ ແລະ ເປັນທີ່ຮັກຂອງພຮະເຈົ້າ. ສະນັ້ນອາດາມໄດ້ມີທາງເລືອກ, ທີ່ຈະຊິມລົດຊາດໝາກໄມ້, ຫຼື ບໍ່ຊີມ; ທາງເລືອກທີ່ມີຜົນສະທ້ອນ, ມີຊີວິດຢູ່ຫຼື ຕາຍ.
– ຄວາມຫວັງ, ບົດທີ 2
ການສັງເກດ & ການພິຈາລະນາ
ຈາກນະເວລານັ້ນທີ່ພຣະເຈົ້າໄດ້ບອກອາດາມບໍ່ໃຫ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ດີແລະ ຊົ່ວ, ອາດາມໄດ້ພົບກັບທາງເລືອກ. ມີການຂຽນໄວ້ຫຼາຍເຖິງຄວາມກົດດັນໜັກລະຫວ່າງຄວາມຄິດເລື່ອງ ອະທິປະໄຕຂອງພຣະເຈ້ົາ(ຫຼື ການຄວບຄຸມ)ທົ່ວໂລກນີ້ ແລະ ໜ້າທີ່ຮັບຜິດຊອບຂອງມະນຸດ(ຫຼື ຄວາມອິດສະຫຼະ) ທີ່ຕ້ອງເລືອກ.1
ບາງຄົນເວົ້າວ່າພຣະເຈົ້າເປັນຜູ້ກຳນົດຈຸດໝາຍປາຍທາງຂອງແຕ່ລະຄົນ; ບາງຄົນກໍ່ເວົ້າວ່າມະນຸດມີສິນທຳເສລີໃນການເລືອກດ້ວຍຕົວເຂົາເອົງເປັນຜູ້ກຳນົດຈຸດໝາຍປາຍທາງ. ຄວາມຈິງແລ້ວທັງສອງຄວາມຄິດເບິ່ງໄດ້ຖືກສອນໃນພຣະຄຳພີ. ຕົວຢ່າງ, ໃນໂຢຊວຍ 24:15 ເຕືອນຊາວເຮັບເລີ: “ຖ້າພວກເຈົ້າບໍ່ເຕັມໃຈຮັບໃຊ້ພຮະຢາເວຈົ່ງຕັດສີນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ….ສ່ວນຂ້າພຣະເຈົ້າແລະຄອບຄົວຂອງຂ້າພຣະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”
ແລະ ໃນ ໂຢຮັນ 15: 16, ພຣະເຢຊູເວົ້າກັບເພື່ອນຜູ້ໃກ້ສິດພຣະອົງ ແລະ ຜູ້ຕິດຕາມ, “ ບໍ່ແມ່ນເຈົ້າທັງຫຼາຍໄດ້ເລືອກເອົາເຮົາ ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະ ແຕ່ງຕັ້ງເຈົ້າທັງຫຼາຍເພື່ອໃຫ້ອອກໄປ ແລະ ເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ….”
ຄູ່ມືການຮຽນນີ້ບໍ່ໄດ້ມີໄວ້ເພື່ອກວດເບິ່ງ ແລະ ແກ້ໄຂຄວາມກົດດັນລະຫວ່າງການຄວບຄຸມຂອງພຣະເຈົ້າ ແລະ ທາງເລືອກຂອງມະນຸດ. ການໂຕ້ຖຽງໃນທາງທິດສະດີແມ່ນເໜືອຂອບເຂດຂອງພວກເຮົາ. ເຖິງວ່າແນວໃດກໍ່ຕາມມັນອາດເປັນການຊ່ວຍສຳລັບເຈົ້າໃຫ້ສະທ້ອນເບິ່ງຄືນເພື່ອໃຫ້ຄິດຕາມຜ່ານອຸປະກອນການກະກຽມເຫຼົ່ານີ້.
ການຕ້ັງຖາມ & ການສະທ້ອນ
ຖ້າເຈົ້າຖາມຮ້ອຍກວ່າຄົນເພື່ອໃຫ້ອະທີບາຍເຖິງການເຂົ້າມາຮູ້ຈັກກັບພຣະເຈົ້າຂອງພວກເຂົາ, ເຈົ້າອາດຈະບໍ່ພົບໃຜທີ່ເວົ້າວ່າພວກເຂົາສະຫຼາດທີ່ພວກເຂົາຫາທາງມາຫາພຣະເຈົ້າກ້ວຍຕົນເອງ, ແຕ່ເປັນພຣະເຈົ້າທີ່ໄດ້ພົບພວກເຂົາ. ແລ້ວມີຫຍັງອີກລະ, ບາງຄົນໃນກຸ່ມດຽວກັນນີ້ອາດຈະບອກເຖິງເລື່ອງໜ້າເສົ້າກ່ຽວກັບວ່າພວກເຂົາປະຕິເສດພຣະເຈົ້າມາກ່ອນ ສຸດທ້າຍກໍ່ກັບມາຮູ້ຈັກກັບພຮະເຈົ້າ!
ຖາມຄຳຖາມກັບຄົນຈຳນວນຫຼາຍກ່ຽວກັບການເດີນທາງຂອງຈິດວິນຍານອາດບໍ່ໄດ້ພາເຈົ້າໃຫ້ເຂົ້າໃກ້ທີ່ຈະແກ້ໄຂທິກສະດີທີ່ເກົ່າແກ່ລະຫວ່າງການຄວບຄຸມຂອງພຣະເຈົ້າ ແລະ ທາງເລືອກຂອມະນຸດ. ເຖິງແນວໃດກໍ່ຕາມ ມັນອາດນຳເຈົ້າມາເຖິງຕອນສະຫຼຸບທີ່ຄ້າຍຄືສິ່ງນີ້. ພວກເຮົາມີອິດສະຫຼະທີ່ຈະປະຕິເສດພຣະເຈົ້າ.ແຕ່ບໍ່ມີໃຜທີ່ຈະພົບກັບພຣະເຈົ້າ ນອກເໜືອຈາກຄວາມຄິດເລີ້ມຕົ້ນຂອງພຣະອົງ ແລະ ການເຂົ້າມາມີສ່ວນໃນຊີວິດຂອງພວກເຂົາ.
ຕັດສິນໃຈ & ການປະຕິບັດ
ບາງທີເຈົ້າອາດມີຄວາມຮູ້ສຶກປາຖະໜາ ຫຼື ຖືກນຳໃຫ້ເລີ້ມມີຄວາມສຳພັນສ່ວນຕົວກັບພຣະເຈົ້າ, ແຕ່ເທົ່າທີ່ຜ່ານມາ, ທ່ານກັບບໍ່ມີຄວາມຕັ້ງໃຈທີ່ຈະເຮັດມັນ, ຫຼື ບາງເທື່ອເຈົ້າຮູ້ຈັກກັບພຮະເຈົ້າແລ້ວ ແຕ່ຍັງມີບັນຫາທີ່ຄ້າງຄາ, ເຊິ່ງສະຖານະການທີ່ເຈົ້າສາມາດເລືອກພຣະອົງໄດ້ຫຼື ບໍເລືອກ. ຈື່ໄວ້ວ່າ, ການປະຕິເສດທີ່ຈະເລືອກມັນບໍ່ແມ່ນທາງເລືອກ. ຖ້າທາງເລືອກຂອງເຈົ້າບໍ່ແມ່ນສຳລັບພຣະເຈົ້າ, ມັນກໍ່ເປັນການຕໍ່ຕ້ານພຣະອົງ (ມັດທາຍ 12:30, ລູກາ 11:23).
ບໍ່ວ່າສະຖານະການຂອງເຈົ້າຈະເປັນແບບໃດ, ເຖິງວ່າຈະຮູ້ສຶກວ່າເຈົ້າບໍ່ສາມາດເລືອກສຳລັບພຣະເຈົ້າ, ເຈົ້າສາມາດຂໍໃຫ້ພຣະອົງຊ່ວຍເຈົ້າທີ່ຈະເລືອກ.
ເຈົ້າປາຖະໜາທີ່ຈະຖືກສ້າງໃຫ້ມີຄວາມປາຖະໜາບໍ? ຖ້າບໍ່ແມ່ນ, ຂໍໃຫ້ພຣະອົງເຮັດກັບເຈົ້າຕາມທີ່ເຈົ້າຂໍ.
Footnotes
1John Piper, A Response to J. I. Packer on the So–Called Antinomy Between the Sovereignty of God and Human Responsibility. (This article is dated March 1, 1976. © Desiring God, 2006). (http://www.desiringgod.org/ResourceLibrary/Articles/ByDate/1976/1581_A_Response_to_JI_Packer_on_the_SoCalled_Antinomy_Between_the_Sovereignty_of_God_and_Human_Responsibility/). Retrieved November 10. 2006. Piper addresses this issue as follows: “Therefore, in order to see how God’s sovereignty and man’s responsibility perfectly cohere, one need only realize that the way God works in the world is not by imposing natural necessity on men and then holding them accountable for what they can’t do even though they will to do it. But rather God so disposes all things (Ephesians 1:11) so that in accordance with moral necessity all men make only those choices ordained by God from all eternity.
One last guideline for thinking about God’s action in view of all this: Always keep in mind that everything God does toward men – his commanding, his calling, his warning, his promising, his weeping over Jerusalem, – everything is his means of creating situations which function as motives to elicit the acts of will which he has ordained to come to pass. In this way, He ultimately determines all acts of volition (though not all in the same way) and yet holds man accountable only for those acts which they want most to do.”